KM18, 13 South Road

Vision And Mission

ອີງຕາມວິໄສທັດ (Vission) ແລະ ການມຸ່ງໝັ້ນພັດທະນາຢ່າງບໍ່ຢຸດຢັ້ງຂອງຄະນະອຳນວຍການ ແລະ ພະນັກງານ ກຳມະກອນໃນກຸ່ມບໍລິສັດ ທີ່ມີອຸດົມການຢາກສ້າງຜະລິດຕະພັນທີ່ໄດ້ຄຸນນະພາບ ລາຄາເໝາະສົມກັບເງື່ອນໄຂເຕັກນິກ ແລະ ເສດຖະກິດຂອງສັງຄົມລາວ. ໂຮງງານທໍ່ໂຕໂຢ ໄດ້ນໍາໃຊ້ເຕັກໂນໂລຊີ, ນະວັດຕະກຳທີ່ທັນສະໄໝຫລ້າສຸດຂອງໂລກ ແລະ ວັດຖຸດິບທີ່ໄດ້ມາດຕະຖານ ເພື່ອຜະລິດທໍ່ນໍ້າ ເອັສດີພີອີ, ທໍ່ພີວີຊີ, ທໍ່ຢູພີວີຊີ, ທໍ່ພີພີອາ, ຂໍ້ຕໍ່ຈອດເອັສດີພີອີ, ທໍ່ຫຸ້ມສາຍໄຟ, ທໍ່ຫຸ້ມສາຍໂທລະຄົມ ແລະ ອຸປະກອນອື່ນໆ ພາຍໃຕ້ເຄື່ອງໝາຍການຄ້າ ໂຕໂຢ “TOYO” ແລະ ເອເຊຍກຣີນ “ASIA GREEN” ອອກສູ່ສັງຄົມລາວ. ປະຈຸບັນຜະລິດຕະພັນຈາກໂຮງງານທໍ່ໂຕໂຢເປັນສິນຄ້າທີ່ໄດ້ມາດຕະຖານສາກົນ ແລະ ໄດ້ຮັບການນິຍົມຊົມໃຊ້ກັນຢ່າງກ້ວາງຂວາງໃນການກໍ່ສ້າງລະບົບນໍ້າປະປາ ຂອງລັດວິສາຫະກິດນໍ້າປະປາລາວທົ່ວປະເທດ, ໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂະພິບານ ແລະ ໂຄງການຊົນລະປະທານ ຂອງອົງການຈັດຕັ້ງສາກົນເຊັ່ນ: ADB, WORLD BANK, UN-HABITAS, KOICA, JICA, EU, SAVE THE CHILDREN, LUXAMBOURGE, UNICEF, RED CROSS, WFG and NGOs … ນອກຈາກນັ້ນ ຜະລິດຕະພັນທໍ່ນໍ້າໂຕໂຢ ຍັງໄດ້ຮັບຄວາມສົນໃຈເອົາໄປຈຳໜ່າຍຈາກບັນດາຫ້າງຮ້ານຂາຍວັດສະດຸກໍ່ສ້າງ ທັງຂະໜາດໃຫຍ່, ຂະໜາດກາງ ແລະ ນ້ອຍ ເຊັ່ນ: ກຸ່ມບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ, ກຸ່ມບໍລິສັດ ຕັງຈະເລີນ, ກຸ່ມບໍລິສັດ ຊີເອັດຊີ, ປັນຍາໂຮມເຊັນເຕີ, ມະຫາໄຊວັດສະດຸ ແລະ ບັນດາຕົວແທນຈຳໜ່າຍຫຼາຍກວ່າ 600 ຕົວແທນທົ່ວປະເທດ.        

ປົ້າໝາຍຂອງບໍລິສັດ (Mission)ຕັ້ງເປົ້າໝາຍພັດທະນາບໍລິສັດໃຫ້ກາຍເປັນຜູ້ຜະລິດ ແລະ ຈໍາໜ່າຍວັດສະດຸການປະປາ ອັນດັບແຖວໜ້າຂອງປະເທດລາວ, ສະນັ້ນ ພວກເຮົາຈິ່ງບໍ່ຢຸດຢັ້ງໃນການປັບປຸງຕົວເອງ, ພັດທະນາເຕັກໂນໂລຊີ, ຍົກສູງປະສິດຖິພາບການນໍາໃຊ້ຊັບພະຍາກອນ ແລະ ຍົກສູງຄຸນນະພາບຂອງຜະລິດຕະພັນ.